ວິທະຍາໄລ ກະສິກຳ ແລະ ປ່າໄມ້ພາກເໜືອ ມີ ທ່ານ ທອງສະມຸດ ພູມມະສອນ ອຳນວຍການວິທະຍາໄລ, ທ່ານ ອຸໄທ ສຸກຂີ ຮອງອຳນວຍການ ພ້ອມດ້ວຍ ພະນັກງານຄູອາຈານ ໄດ້ຈັດການຕ້ອນຮັບການມາທັດສະນະສຶກສາ ຂອງຄູອາຈານ ແລະ ນັກສຶກສາ ຈາກໂຮງຮຽນການເມືອງການປົກຄອງ ແຂວງຫລວງພະບາງ ເພື່ອສ້າງຄວາມສາມະຄີ ສາຍພົວພັນເຊິງກັນ ແລະ ກັນ ໃນການທັດສະນະສຶກສາໃນຄັ້ງນີ້ ນັກສຶກສາໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວ ຂອງວິທະຍາໄລ ຫລັງຈາກນັ້ນກໍ່ໄດ້ໄປທ່ຽວຊົມຟາມ ຂອງວິທະຍາໄລ ແລ້ວ ໄດ້ມີການຈັດພາເຂົ້າສາມະຄີ ທີ່ສະໂມສອນ ຂອງວິທະຍາໄລ.