ການຮັກສາຄວາມສະອາດແມ່ນສີ່ງຫນຶ່ງທີ່ສຳຄັນຕ້ອງໄດ້ເອົາໃຈໃສ່ຊ່ວຍກັນ ແລະ ມີສະຕີສະເຫນີ ດັ່ງທີ່ທາງ ວິທະຍາໄລ ກະສິກຳ ແລະ ປ່າໄມ້ພາກເຫນືອ ໄດ້ຈັດຕັ້ງການອະນາໄມ ຂຶ້ນວັນທີ 6 ເມສາ 2017 ຢ່າງເປັນທາງການ, ຊີ້ນຳ ແລະ ນຳພາໂດຍ ທ່ານ ທອງສະມຸດ ພູມມະສອນ ອຳນວຍການ ພ້ອມດ້ວຍຄະນະອຳນວຍການ ວິທະຍາໄລ, ບັນດາຫົວຫນ້າຫ້ອງການ, ຫົວໜ້າຄະນະວິຊາ ແລະ ຮອງ ຫົວໜ້າຫ້ອງການ, ຮອງຫົວໜ້າຄະນະວິຊາ ແລະ ຫົວໜ້າຂະແໜ່ງຕະຫຼອດຮອດຄູອາຈານພະນັກງານທັງໝົດພາຍໃນ ແລະ ຕະຫລອດຮອດນັກສຶກສາ ໄດ້ຈັດຕັ້ງຂະບວນການທຳຄວາມສະອາດ, ສະຖານທີ່ອາຄານຮຽນ, ຫ້ອງການພະນັກງານ ແລະ ເດີນຫຍ້າພາຍໃນວິທະຍາໄລ, ການຕັດແຕ່ງຕົ້ນໄມ້ ເພື່ອຄວາມສວຍງາມຂອງວິທະຍາໄລ