ຕ້ອນເຊົ້າຂອງວັນທີ 20 ມີນາ 2017 ນີ້ ທີ່ ວິທະຍາໄລ ກະສິກຳ ແລະ ປ່າໄມ້ພາກເໜືອໄດ້ເປີດພີທີການຝຶກອົບຮຽນວຽກາງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຂຶ້ນ ໂດຍການເປັນປະທານ ຂອງທ່ານ ທອງສະມຸດ ພູມມະສອນ ອຳນວຍການ ວິທະຍາໄລ ພ້ອມ ດ້ວຍຄະນະຈັດຕັ້ງຮັບຜິດຊອບຊີ້ນຳຈາກຫ້ອງການເສນາທິການທະຫານແຂວງ ຫຼວງພະບາງ ທ່ານ ພັ.ທ ອູ່ນເຮືອນ ເຮືອງບົວສອນ ເປັນຫົວໜ້າ ພ້ອມດ້ວຍຄະນະ, ຄູສອນ ວິຊາປ້ອງກັນຊາດ ທ່ານ ພັ.ທ ສິງທະວອງ ພ້ອມດ້ວຍຄະນະ, ພ້ອມດ້ວຍພະນັກງານ ແລະ ນ້ອງໆນັກສຶກສາ ແຕ່ປີທີ1 ຮອດປີທີ 2 ຈຳນວນ ຮ້ອຍກວ່າ ນ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ການຮຽນວິຊາການທະຫານຄັ້ງນີ້ ຈະດຳເນີນການເປັນເວລາ 21 ວັນຈິ່ງສຳເລັດ ເລີມແຕ່ ວັນທີ 20 ມິນາ – 9 ເມສາ 2017 ນັກສຶກສາຮູ້ໄດ້ຍຸດທະວິທີການປ້ອງກັນຊາດ ແລະ ປ້ອງກັນຄວາມຫງົບ ຂັ້ນພຶ້ນຖານ