ໃນວັນທີ່ 30 ເດືອນ ມີຖຸນ າ206 ໄດ້ຈັດກອງປະຊຸ່ມ ສະຫຼູບລາຍງານສະພາບການຈັດຕັ້ງປະຕິບັດກຽ່ວກັບວຽກງານຝຶກງານທ້າຍການສຶກສາ ໃນໄລຍະຜ່ານມາ ແຕ່ປີ 2013-2016 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໃນກອງປະຊຸມໄດ້ຈັດຂຶ້ນເປັນເວລາ 2 ວັນ ເຊິ່ງເລີ່ມໃນວັນທີ່ 30 ເດືອນ ມີຖຸນາ – 01 ເດືອນ ກໍລະກົດ 2016 ຈິ່ງສໍາເລັດ ເນື້ອຂອງກອງປະຊຸມ: ວ່າດ້ວຍການປັບປຸງການແລກປ່ຽນບົດຮຽນກັບບັນດາ ພະແນກກະສິກໍາ ແລະ ປ່າໄມ້ 8 ແຂວງ ພາກເໜືອ ກ່ຽວກັບການຝຶກງານທ້າຍການສຶກສາ ຂອງນັກສຶກສາປີທີ່ 3 ຂອງສົກຮຽນປີ 2015-2016. ກອງປະຊຸມໃນຄັ້ງນີ້ແມ່ນມີຄວາມໝາຍ ແລະ ຄວາມສໍາຄັນກັບການຈັດຕັ້ງປະຕິບັດມະຕິຕ່າງໆຂອງຂັ້ນເທິງ ໂດຍການເປັນປະທານ ຂອງກອງປະຊຸມແມ່ນ ທ່ານ ອາຈານ ທອງສະມຸດ ພູມມະສອນ ອໍານວຍການວິທະຍາໄລ , ມີ, ມີ ທ່ານ ນາງ ຊິນເວຍ ຫົວໜ້າໂຄງການ SURAFCO, ທ່ານ ນາງໄຕ່ຄໍາ ແກ້ວມະນີວົງ ຕາງໜ້າກົມຈັດຕັງ ແລະ ພະນັກງານກະຊວງກະສິກໍາ ແລະ ປ່າໄມ້ 1 ທ່ານ, ນອກຈາກນີ້ຍັງມີບັນດາຄູ່ຮ່ວມງານເຊັ່ນ: ຕາງໜ້າພະແນກກະສິກໍຳ ແລະ ປ່າໄມ້ ແຂວງຜົ້ງສາສີ, ພະແນກກະສິກໍຳ ແລະ ປ່າໄມ້ ແຂວງຫົວພັນ, ພະແນກກະສິກໍຳ ແລະ ປ່າໄມ້ບໍແກ້ວ, ພະແນກກະສິກໍຳ ແລະ ປ່າໄມ້ ແຂວງໄຊຍະບູລີ, ພະນັກງານສວນພືດຊາດພາຕັດແກ້, ພະນັກງານຂະແໜງລ້ຽງສັດ ອ້ອມຂ້າງພາຍໃນແຂວງຫລວງພະບາງ, ມີຮອງອໍານວຍການວິທະຍາໄລ 2 ທ່ານ ແລະ ມີບັນດາຫົວໜ້າຫ້ອງການ, ຄະນະວິຊາ ຂອງວິທະຍາໄລເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ອາຈານ ທອງສະມຸດ ພູມມະສອນອໍານວຍການວິທະຍາໄລໃຫ້ກຽດຂຶ້ນປະກອບຄໍາຄິດເຫັນວ່າດ້ວຍການປຶກສາຫາລືຂອງການຝຶກງານນັກສຶກສາ ນອກນີ້ ທ່ານ ທ່ານ ອາຈານ ທອງສະມຸດ ພູມມະສອນ ອໍານວຍການ ໄດ້ໂອລົມໂດຍ ທ່ານໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດດ້ວຍການຝຶກງານໄລຍະທີ່ຜ່ານມາ, ພາຍຫລັງ ທ່ານປະກອບຄໍາຄິດເຫັນສໍາເລັດແລ້ວ ພາຍໃນກອງປະຊຸມກໍ່ໄດ້ມີການຈັດແບ່ງກຸ່ມ, ຄົ້ນຄ້ວາແບ່ງອອກເປັນ 5 ກຸ່ມ: ພາຍຫລັງແບ່ງກຸ່ມສໍາເລັດແລ້ວ ແຕ່ລະກຸ່ມໄດ້ຕາງໜ້າຂຶ້ນນໍາສະເໜີ ຂອງກຸ່ມຕົນເອງ. ລວມຜູ້ເຂົ້າຮ່ວມທັງ 27 ທ່ານ, ຍິງ 3 ຄົນ.