ກອງປະຊຸມປະຈໍາປີ ຂອງຜູ້ບໍລິຫານວິທະຍາໄລ ທັງ 5 ວິທະຍາໄລ
ໃນຕອນເຊົ້າ ຂອງວັນທີ່ 01 ເດືອນ ກຸມພາ 2017 ໄດ້ຈັດກອງປະຊຸມ 5 ວິທະຍາໄລຂຶ້ນ ທີ່ຫ້ອງປະຊຸມໃຫຍ່ ຂອງວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ. ຈຸດປະສົງ:ແມ່ນເພື່ອສະຫຼຸບແລະປະເມີນຜົນການ
ຈັ້ດຕັ້ງປະຕິບັດແຜນຂະຫຍາຍບົດຮຽນ ໂຄງການ SURAFCO ll ສົກປີ 2015 – 2016 ແລະ ທິດທາງແຜນການ ສົກປີ 2017 ສໍາລັບ 04 ວິທະຍາໄລ ແລະ ໂຮງຮຽນ ຊົນລະປະທານ ທ່າງ່ອນ, ໂດຍເປັນປະທານ ແມ່ນ ທ່ານ ນາງ ພວງເພັດ ປູ່ວັງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງກະສິກໍາ ແລະ ປ່າໄມ້, ມີທ່ານ ທອງສະມຸດ ພູມມະສອນ ອໍານວຍການ ວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ, ມີທ່ານ ທອງຈັນ ສີສູລິດາວັນ ອໍານວຍການ ໂຮງຮຽນ ຊົນລະປະທານ ທ່າງ່ອນ, ມີທ່ານ ສົມສະຫວາດ ຊົມຄໍານິລັນດອນ ອໍານວຍການ ວິທະຍາໄລກະສິກໍາ ແລະ ປ່າໄມ້ ບໍລິຄໍາໄຊ, ມີທ່ານ ບຸນລໍ້າ ສີລິປະເສີດ ອໍານວຍການ ວິທະຍາໄລ ກະສິກໍາ ແລະ ປ່າໄມ້ ສະຫວັນນະເຂດ, ມີທ່ານ ຄໍາສະຫວ່າງ ສົມບູນຂັນ ອໍານວຍການ ວິທະຍາໄລ ກະສິກໍາ ແລະ ປ່າໄມ້ ຈໍາປາສັກ ພ້ອມນັ້ນ ຍັງມີບັນດາ ຫົວໜ້າ ແລະ ຫ້ອງຫົວໜ້າ ແຕ່ລະພາກສ່ວນທີ່ກ່ຽວຂ້ອງ, ລວມຜູ້ເຂົ້າຮ່ວມທັງໝົດມີ 50 ກວ່າທ່ານ.