ໃນເດືອນ ກຸມພາ ປີ 2017 ນີ້ ທາງ ວິທະຍາໄລ ກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ມີການລົງໂຄສະນາ ຝຶກອົບຮົມຫຼັກສູດໄລຍະສັ້ນ ໃຊ້ໄລຍະເວລາ 3 ເດືອນ ຮຽນຈົບ ລວມຫົວຂໍ້ຝຶກອົບຮົມມີ: ປູກຝັງ, ລ້ຽງສັດ ແລະ ການປະມົງ ເປົ້າໝາຍແມ່ນແນໃສ່ 5 ໂຕເມືອງ ປະກອບດ້ວຍ ເມືອງ ໂພນທອງ, ປາກແຊງ, ໂພນໄຊ, ວຽງຄຳ ແລະ ພູຄູນ ຈຸດປະສົງແມ່ນເພື່ອໃຫ້ຊາວກະສິກອນໄດ້ຮັບຄວາມຮູ້ ຄວາມສາມາດໃນການປູກຝັງ, ລ້ຽງສັດ ແລະ ການປະມົງ ທີ່ຖືກຕ້ອງຕາມເຕັກນິກວິຊາການ ທີ່ມີຮູ້ຄວາມສາມາດ ໃນການປະກອບອາຊີບ, ມີວຽກເຮັດງານທຳ ແລະ ມີລາຍຮັບມາສູ້ຄອບຄົວ ຍ້ອນວ່າຜ່ານມາຊາວບ້ານເຄີຍປູກຝັງ ແລະ ລ້ຽງສັດ ແບບພື້ນບ້ານ ຂາດການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຂາດຄວາມຮູ້ເຕັກນິກວິຊາການອັນໃໝ່ເຂົ້າມານຳໃຊ້ ຈຶ່ງເຮັດໃຫ້ຜົນຜະລິດບໍ່ໄດ້ຜົນເທົາທີ່ຄວນ ສະນັ້ນທາງວິທະຍາໄລ ຂອງພວກເຮົາຈິ່ງໄດ້ສ້າງຍຸດທະສາດອັນນີ້ຂຶ້ນມາ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງຊາວກະສິກອນ ແລະ ສ້າງໃຫ້ພວກເຂົ້າເຈົ້າເປັນຕົວແບບໃນດ້ານກະສິກຳ ທີ່ດີເດັນ
( ຂໍອາໄພ ຂໍມູນນີ້ຍັງບໍ່ທັນຄົບຖວນ )