Skip to content
ໃນຕອນເຊົ້າ ຂອງວັນທີ່ 01 ເດືອນ ກຸມພາ 2017 ໄດ້ຈັດກອງປະຊຸມເພື່ອສະຫຼຸບການຈັດຕັ້ງປະຕິບັດແຜນຍຸດທະ ສາດ ຂະຫຍາຍບົດຮຽນໂຄງການ SURAFCO II ສົກປີ 2015- 2016 ແລະ ທິດທາງແຜນການສົກປີ 2017 ຂອງບັນດາວິທະຍາໄລ ກະສິກຳ ແລະ ປ່າໄມ້ ແລະ ໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ທີ່ວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ.
ໂດຍການເປັນປະທານຂອງ ທ່ານ ນາງ ພວງເພັດ ປູ່ວັງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ກ່າວເປີດພິທີຢ່າງເປັນທາງການ, ມີອໍານວຍການມາຈາກ 5 ວິທະຍາໄລພ້ອມດ້ວຍຄະນະເຂົ້້າຮ່ວມ ແລະ ແຂກທີ່ຖືກເຊີນມາຈາກ ພະແນກແຜນການ ແລະ ການຮ່ວມມື
ໃນກອງປະຊຸມຄັ້ງນີ ໄດ້ມີຕ່າງໜ້າຈາກ 5 ວິທະຍາໄລ ພັດປຽ່ນກັນຂຶ້ນຜ່ານ ບົດສະຫຼຸບ ແລະ ແຜນການໃນຕໍ່ໜ້າ ຕົວແທນກອງປະຊຸມໄດ້ແລກປຽ່ນປະກອບຄວາມຄິດຄວາມເຫັນຢ່າງຕົງໄປຕົງມາ ເພື່ອໃຫ້ໄດ້ເນື້ອໃນ ແລະ ຄວາມ ໝາຍອັນຄົບຖ້ວນ ລວມຜູ້ເຂົ້າຮ່ວມທັງໝົດມີ 50 ກວ່າທ່ານ ກອງປະຊຸມດຳເນີນເປັນ ເວລາ 3 ວັນ ຈິ່ງສຳເລັດ.